ກະຊວງສາທາລະນະສຸກ ໄດ້ຕ້ອນຮັບຜູ້ຕາງໜ້າບໍລິສັດ ດີບວູ ຈຳກັດ

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບຜູ້ຕາງໜ້າບໍລິສັດ ດີບວູ ຈຳກັດ ໂດຍມີຈຸດປະສົງເພື່ອມອບເຄື່ອງນຸ່ງທີ່ສາມາດຊົມໃຊ້ໄດ້ກ່ຽວກັບທາງດ້ານການແພດ ເພື່ອເປັນປະໂຫຍດໃຫ້ແກ່ໂຮງໝໍສູນກາງ, ໂຮງໝໍແຂວງໃນຂອບເຂດທົ່ວປະເທດຊຶ່ງເຄື່ອງກ່າວມີ:
1. ເຄື່ອງນຸ່ງຢູນິຟອມຂອງແພດ ແລະ ໝໍ (ສີຂາວ, ສີກົມ ແລະ ຊຸດແພດຍາມ)
2. ເຄື່ອງນຸ່ງຊຸດແຕ່ງອາຫານ(ຊຸດເຊບ)
3. ເຄື່ອງນຸ່ງຊຸດໝີ (ຊຸດເຊບຕີ້ ແລະ ເຄື່ອງນຸ່ງສຳລັບຊ່າງສ້ອມບໍາລຸງ)
4. ໂສ້ງຜ້າຢີນ ລວມທັງໝົດ 765 ຜຶນ ລວມມູນຄ່າທັງໝົດ 152,160,000 ກີບ
ຕາງໜ້າຮັບໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ມອບໂດຍ ທ່ານ ນ. ກອງແກ້ວ ວົງຄຳຊາວ ປະທານບໍລິສັດ ດີບວູ ຈຳກັດ, ມີຕາງໜ້າຈາກຫ້ອງການກະຊວງສາທາ, ມີບັນດາກົມກອງ, ສູນ, ໂຮງໝໍສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 3 ກັນຍາ 2024 ທີ່ ກະຊວງສາທາລະນະສຸກ.
May be an image of 2 people, the Oval Office and textMay be an image of 5 people and text