ປະທານປະເທດ ໄດ້ ຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຂະແໜງສາທາລະນະສຸກ

ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍ, ປະທານປະເທດ ໄດ້ ຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຂະແໜງສາທາລະນະສຸກ. ພາຍໃຕ້ການນຳພາຕ້ອນຮັບ ໂດຍ ທ່ານ ປອ.ດຣ.ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາຄະນະກົມ, ຫ້ອງການ, ອຳນວຍການໂຮງໝໍ, ແພດໝໍ, ພະຍາບານ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ, ໃນຕອນເຊົ້າວັນທີ 22 ສິງຫາ 2024 ທີ່ໂຮງໝໍມະໂຫສົດ. ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ປອ.ດຣ.ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ຜ່ານມາ ໂດຍສະເພາະ ການສຸມໃສ່ໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ຂະແໜງສາທາລະນະສຸກພວກເຮົາກໍາລັງສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາສາທາລະນະສຸກ ປະຈໍາປີ 2024 ທີ່ເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ສາທາລະນະສຸກ ສະໄໝທີ IX ກໍ່ຄືແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ຍຸດທະ ສາດປະຕິຮູບສາທາລະນະສຸກ ໄລຍະ III ທີ່ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຂອງພັກ ມາເປັນແຜນງານ, ໂຄງການລະອຽດ ໃນຂະແໜງສາທາລະນະສຸກພວກເຮົາ ໂດຍເລັ່ງໃສ່ການປັບປຸງຄຸນນະພາບການ ບໍລິການສາທາລະນະສຸກ ແລະ ການບັນລຸຄາດໝາຍ ຕົວຊີ້ບອກຕ່າງໆ ຂອງບັນດາ 7 ແຜນງານ ລວມທັງ 11 ຕົວຊີ້ບອກທີ່ສະພາແຫ່ງຊາດໄດ້ຮັບຮອງ. ຄຽງຄູ່ກັນນີ້, ການກະກຽມ ແລະ ການດໍາເນີນ ກອງປະຊຸມໃຫຍ່ 3ຂັ້ນ ສະໄໝທີ IX ຂອງອົງຄະນະພັກ ກະຊວງສາທາລະນະສຸກ ໄດ້ສຳເລັດກອງປະຊຸມໃຫຍ່ 34 ຮາກຖານພັກ ແລະ 2 ຄະນະພັກຮາກຖານ ຂອງຈຳນວນ ທັງໝົດ 91ຮາກຖານພັກ ແລະ 6ຄະນະພັກຮາກຖານ, ຊຶ່ງຄາດຄະເນ ຈະສໍາເລັດທຸກໜ່ວຍ ພັກ ແລະ ຄະນະພັກ ຮາກຖານ ໃນທ້າຍປີ 2024 ແລະ ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກ ກະ ຊວງຈະສາມາດຈັດຂຶ້ນ ພາຍໃນ 6 ເດືອນຕົ້ນປີ 2025 ຕາມແຜນ.
ໃນການຢ້ຽມຢາມໃນຄັ້ງນີ້ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ກໍ່ໄດ້ເໜັ້ນໜັກໃຫ້ຂະແໜງສາທາລະນະສຸກໃຫ້ມີຈຸດສຸມດັ່ງຕໍ່ໄປນີ້:
– ໃຫ້ເອົາໃຈໃສ່ວຽກງານ 5 ດີ 1 ພໍໃຈ ໃຫ້ບັນລຸໄດ້ ໂດຍສະເພາະແມ່ນການປະຕິບັດ 5 ດີ ເພື່ອໃຫ້ໄດ້ 1 ພໍໃຈ
– ໃຫ້ຮັກສານາມມະຍົດຂອງນັກຮົບເສື້ອຂາວເພື່ອກຽມພ້ອມຮັບມືກັບເຫດການອື່ນໆທີ່ຈະເກີດຂຶ້ນໂດຍສະເພາະແມ່ນການລະບາດຂອງພະຍາດ
– ເອົາໃຈໃສ່ວຽກງານໂຄສະນາສຸຂະສຶກສາໃນການຮັກສາສຸຂະພາບໃຫ້ມີຄວາມຕໍ່ເນື່ອງ ກວ້າງຂວາງ ແລະ ເຂົ້າເຖິງປະຊາຊົນໃຫ້ຫຼາຍຂຶ້ນ ໂດຍການນຳໃຊ້ສື່ອອນລາຍເຂົ້າມາຊ່ວຍ
– ສືບຕໍ່ປັບປຸງກອງທຶນສຸຂະພາບໃຫ້ດີຂຶ້ນພ້ອມທັງປັບປຸງຕາໜ່າງສາທາລະນະສຸກ ໃຫ້ທົ່ວເຖິງ
– ຍົກສູງຄຸນນະພາບຂອງໂຮງໝໍເທື່ອລະກ້າວໃຫ້ມີຄວາມທັນສະໄໝນຳໃຊ້ລະບົບໄອທິເຂົ້າຊ່ວຍ ແລະ ຫັນເປັນກຸ້ມຕົນເອງ
– ສົມທົບຢາຫຼວງ ແລະ ຢາພື້ນເມືອງໃຫ້ສາມາດນຳໃຊ້ຮ່ວມກັນໄດ້ຢູ່ບັນດາໂຮງໝໍ
– ເອົາໃຈໃສ່ປັບປຸງຄຸນນະພາບຂອງໂຮງງານຜະລິດຢາຂອງລັດໃຫ້ມີມາດຕະຖານສາກົນ ໂດຍສະເພາະແມ່ນຜ່ານມາດຕະຖານຂອງ ອຢ
– ເອົາໃຈໃສ່ວຽກງານປັບປຸງວຽກງານອາຫານ ແລະ ຢາ ໃຫ້ສາມາດກວດສອບ ແລະ ປ້ອງກັນບໍ່ໃຫ້ມີຢາຕົກມາດຕະຖານ ແລະ ອື່ນໆ
– ເອົາໃຈໃສ່ປັບປຸງບັນດາໂຮງໝໍເອກະຊົນໃຫ້ມີຄຸນນະພາບ ແລະ ມີລາຄາທີ່ສົມເຫດສົມຜົນ ປະຊາຊົນສາມາດເຂົ້າເຖິງໄດ້
– ສືບຕໍ່ເປັນເຈົ້າການຮ່ວມມືກັບຄູ່ຮ່ວມພັດທະນາ ໂດຍສະເພາະອົງການຈັດຕັ້ງສາກົນ ໃຫ້ສາມາດຮັບມືກັບບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.
อาจเป็นรูปภาพของ 7 คน และ ข้อความอาจเป็นรูปภาพของ 1 คน และ ข้อความ
อาจเป็นรูปภาพของ 2 คน และ ข้อความ