ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ກໍລະນີ

ສປປ ລາວ ພົບຜູ້ຕິດເຊື້ອພະຍາດ ໂຄວິດ19 ເພີ່ມ 2 ກໍລະນີ. ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 4 ມີນາ 2011 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 726 ຄົນ ເຊິ່ງຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ ດັ່ງນີ້:

ກໍລະນີທີ 46 ເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ ເຮັດວຽກຢູ່ແຂວງ ປະທຸມທານີ, ປະເທດໄທ.

ກໍລະນີທີ 47 ເພດຊາຍ, ອາຍຸ 26 ປີ, ອາຊີບກໍາມະກອນ ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ ທັງ 2 ຄົນເປັນປະຊາຊົນເມືອງນານ ແຂວງຫຼວງພະບາງ.

ປະຫວັດເດີນທາງ: ໃນວັນທີ 2 ມີນາ 2021 ພວກຜູ້ກ່ຽວທັງ 2 ຄົນ ໄດ້ເດີນທາງຈາກແຂວງປະທຸມທານີ ໄປແຂວງໜອງຄາຍ ແລະ ມາຮອດ ສປປ ລາວ ໃນວັນທີ 3 ມີນາ 2021, ຫຼັງຈາກນັ້ນພວກຜູ້ກ່ຽວ ໄດ້ຖືກນຳສົ່ງເຂົ້າໄປຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຖືກກຳນົດໄວ້ ພ້ອມທັງເກັບຕົວຢ່າງກວດຫາເຊື້ອໂຄວິດ-19 (ທັງ 2 ຄົນ ແມ່ນບໍ່ມີອາການສະແດງຫຍັງ).

ມາຮອດວັນທີ 4 ມີນາ 2021 ຜົນກວດຢັ້ງຢືນແມ່ນພົບເຊື້ອ ໂຄວິດ-19. ປັດຈຸບັນ ພວກຜູ້ກ່ຽວໄດ້ເຂົ້າແຍກປ່ຽວ, ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ ໃນນະຄອນຫຼວງວຽງຈັນ ແລະ ຄະນະສະກິດໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 32 ຄົນ ແລະ ໄດ້ເກັບຕົວຢ່າງມາກວດເຫັນວ່າ ບໍ່ພົບເຊື້ອ ແລະ ຍັງສືບຕໍ່ເຝົ້າລະວັງ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.