ວັກຊີນຕ້ານໂຄວິດ 19 (ຄໍາວ່າ ຕ້ານ ກັບ ປ້ອງກັນ ມີຄວາມໝາຍບໍ່ຄືກັນ)

ໃນໄລຍະເວລາທີ່ຄະນະສະເພາະກິດລາຍງານໂຕເລກຜູ້ຕິດເຊື້ອທີ່ເພີ່ມຂຶ້ນທຸກມື້, ທ່ານຫົວໜ້າກົມປິ່ນປົວ ຍັງບອກອີກວ່າຕາມການສົມທົບກັບວິຊາການຂອງອົງການອະນາໄມໂລກ ໄດ້ປະເມີນຈະມີຜູ້ຕິດເຊື້ອຢູ່ລາວໄລຍະນີ້ ປະມານ 2.000 ຄົນ, ພ້ອມເຫັນພາບການກະກຽມສະຖານທີ່ ກະກຽມຕຽງ ເພື່ອໃຫ້ພຽງພໍ ຍິ່ງເຮັດໃຫ້ຢ້ານ. ຫຼາຍໆຄົນທັງຮ້າຍທັງດ່າຜູ້ນໍາເຊື້ອເຂົ້າມາແພ່ (ຍ້ອນເຫັນແກ່ເງິນ) ກໍເມື່ອຍຮ້າຍເມື່ອຍດ່າ ເພາະຜູ້ກ່ຽວກໍນອນເສີຍເອີດເຕີດຢູ່ໂຮງໝໍ (ໝັ້ນໃຈຕົວເອງສຸດໆ, ທຸກຄົນອ້ອມຂ້າງຕົນເອງຜິດໝົດນອກຈາກຕົນເອງ) ໃຫ້ແພດໝໍໃຫ້ ການປິ່ນປົວຢູ່ (ຈັກຈະໄດ້ອ່ານໄດ້ຟັງຜູ້ຂຽນ ຜູ້ເວົ້າ ທີ່ ໂພສລົງໃຫ້ອ່ານຫຼືບໍ່, ແຕ່ເຖິງອ່ານກໍຄົງບໍ່ສະດຸ້ງສະເທືອນດອກ). ເມື່ອແກ້ໄຂສິ່ງທີ່ເກີດຂຶ້ນຜ່ານມາບໍ່ໄດ້ແລ້ວ, ທີ່ເພິ່ງທາງກາຍ ແລະ ໃຈ ດຽວນີ້ກໍແມ່ນວັກຊີນຕ້ານໂຄວິດ 19. ວັກຊີນແມ່ນຫຍັງ? ນັກວິທະຍາສາດເອົາຫຍັງມາເຮັດວັກຊີນ? ເອົາສານເຄມີ ຫຼື ເອົາພືດຢາທີ່ເປັນທໍາມະຊາດຄືເຮັດຢາປົວພະຍາດ ມາສະກັດເຮັດວັກຊີນບໍ່? ກົງກັນຂ້າມ ວັກຊີນ (ລວມທັງວັກຊີນທີ່ສັກໃຫ້ເດັກນ້ອຍ) ແມ່ນເອົາເຊື້ອພະຍາດໂຕດັ່ງກ່າວ (ເຊັ່ນຕ້ານວັນນະໂລກກໍເອົາເຊື້ອວັນນະໂລກ, ຕ້ານໂຄວິດ 19 ກໍເອົາເຊື້ອໂຄວິດ 19) ທີ່ຕາຍແລ້ວ ຫຼື ຍັງມີຊີວິດຢູ່ ແຕ່ມາເຮັດໃຫ້ມັນອ່ອນແອລົງທີ່ສຸດຈົນບໍ່ສາມາດກໍ່ໃຫ້ເກີດພະຍາດໄດ້ (ດັ່ງນັ້ນການເກັບຮັກສາວັກຊິນ ຈຶ່ງຢູ່ໃນອຸນຫະພູມ ທີ່ແຕກຕ່າງ). ນັກວິທະຍາສາດສະກັດເອົາສິ່ງເຫຼົ່ານີ້ມາເຮັດເປັນວັກຊີນ. ເມື່ອເຮົາໄດ້ຮັບວັກຊີນ, ເຊິ່ງເໝືອນສົ່ງໜ້າຕາແມ່ພະຍາດເຂົ້າຮ່າງກາຍ. … Continue reading ວັກຊີນຕ້ານໂຄວິດ 19 (ຄໍາວ່າ ຕ້ານ ກັບ ປ້ອງກັນ ມີຄວາມໝາຍບໍ່ຄືກັນ)