ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ອອກໂຮງໝໍທຸກຄົນແລ້ວ
ທ່ານ ດຣ.ນ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍຕອນນີ້ ຄົນເຈັບທີ່ຕິດເຊື້ອໂຄວິດ-19 ໄດ້ປິ່ນປົວຫາຍດີ ອອກໂຮງໝໍໝົດທຸກຄົນແລ້ວ ແລະ ກັບໄປຕິດຕາມອາການຂອງຕົນເອງຢູ່ເຮືອນຈົນຄົບ 14 ວັນ, ດ້ານການເກັບຕົວຢ່າງມາກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ. ທ່ານຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວລາຍງານ ສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 18 ມັງກອນ 2021 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 17 ມັງກອນ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.263 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ … Continue reading ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ອອກໂຮງໝໍທຸກຄົນແລ້ວ
Copy and paste this URL into your WordPress site to embed
Copy and paste this code into your site to embed