ຊີ້ແຈງກ່ຽວກັບການເກັບຄ່າບໍລິການ 1,2ລ້ານກີບ\ຄັ້ງ ກວດວິເຄາະໂຄວິດ-19

ພາຍຫລັງກະຊວງສາທາລະນະສຸກ ໄດ້ອອກແຈ້ງການກ່ຽວກັບການເກັບຄ່າບໍລິການ ກວດວິເຄາະພະຍາດໂຄວິດ-19 ກໍເກີດຫາງສຽງຂອງສັງຄົມຕໍ່ກັບບັນຫາດັ່ງກ່າວ ເພາະວ່າໃນໄລຍະຜ່ານມາແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ ແລະ ຕໍ່ບັນຫານີ້ ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກໄດ້ ຕາງຫນ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ້ ພະຍາດໂຄວິດ-19 ຊີ້ແຈງວ່າ: ຜ່ານມາອຸປະກອນ ແລະ ເຄມີທີ່ນໍາໃຊ້ເຂົ້າໃນການກວດວິເຄາະພະຍາດໂຄວິດ-19ນັ້ນ,  ສ່ວນຫລາຍແມ່ນໄດ້ຮັບການຊ່ວຍເຫລືອຈາກປະເທດເພື່ອນມິດ ແລະ ສາກົນ, ແຕ່ ປະຈຸບັນແມ່ນມີຈໍານວນຈໍາກັດ, ໃນຄະນະດຽວກັນຜູ້ໃຫ້ການຊ່ວຍເຫລືອ ກໍ່ຢາກໃຫ້ສປປ ລາວ ກຸ້ມຕົນເອງຕໍ່ໄປ ດັ່ງນັ້ນ, ຈື່ງໄດ້ສະເໜີໃຫ້ຄະນະສະເພາະກິດ ກໍ່ຄືລັດຖະບານ ວ່າເຮົາຄວນຄິດໄລ່ຕົ້ນທືນເພື່ອມາຊື້ແທນຄືນ, ເພາະວ່າ ການກວດວິເຄາະ ແຕ່ລະຄັ້ງ ບໍ່ແມ່ນພຽງແຕ່ນໍ້າຢາເທົ່ານັ້ນ, ແຕ່ຍັງມີເຄື່ອງ PPE ທີ່ພະນັກງານກວດກາຈະຕ້ອງໄດ້ໃຊ້ ເຊີ່ງຊຸດໜື່ງກໍ່ມີລາຄາສູງເຖິງ 35 ໂດລາສະຫະລັດ; ໃນແຕ່ລະມື້ແມ່ນໄດ້ໃຊ້ຈໍານວນຫຼາຍຊຸດ, ນອກນັ້ນ ກໍ່ຍັງມີອຸປະກອນອື່ນໆອີກ ແລະ ເຫັນວ່າການກວດວິເຄາະພະຍາດໂຄວິດ-19 ແມ່ນຈໍາເປັນທີ່ຈະຕ້ອງໄດ້ເກັບຄ່າບໍລິການ ໂດຍສະເພາະແມ່ນນັກທຸລະກິດ ທີ່ຈະເດີນທາງໄປຕ່າງປະເທດເພື່ອທຸລະກິດຂອງຕົນເອງ ແລະ ຜູ້ທີ່ມີເງື່ອນໄຂທີ່ຈະຈ່າຍໄດ້, … Continue reading ຊີ້ແຈງກ່ຽວກັບການເກັບຄ່າບໍລິການ 1,2ລ້ານກີບ\ຄັ້ງ ກວດວິເຄາະໂຄວິດ-19