- 27 ກ.ຍ
ວຽກງານປະກັນສຸຂະພາບ ແລະ ການຫັນໂຮງໝໍກຸ້ມຕົນເອງ ແມ່ນນະໂຍບາຍທີ່ສຳຄັນຫຼາຍ ຂອງລັດຖະບານກໍ່ຄືຂອງ ຂະແໜງສາທາລະນະສຸກ ເພາະມັນເປັນປັດໃຈຕົ້ນຕໍ ເພື່ອບັນລຸການປົກຄຸມປະກັນສຸຂະພາບ ແລະ ການເຂົ້າເທີງການບໍລິການສຸຂະພາບທົ່ວປວງຊົນ ຢ່າງມີຄຸນນະພາບ ແລະ ເປັນທຳຊື່ງຫຼາຍປະເທດ ກໍ່ບັນລຸຫຼາຍກ່ວາ 95% ແລະ ຫຼາຍປະເທດພວມສຸ້ຊົນໃຫ້ບັນລຸຮອດປີ 2030 ສຳລັບ ສປປ ລາວ ໄດ້ວາງເປົ້າໝາຍໃຫ້ບັນລຸໃນປີ 2025.
ໃນໄລຍະຜ່ານມາຢູ່ ສປປ ລາວ ໄດ້ສ້າງຕັ້ງຫຼາຍກອງທຶນປະກັນສຸຂະພາບມີທັງ: ພາກລັດ, ພາກວິສາຫະກິດ, ພາກປະຊາຊົນ, ຜູ້ທຸກຍາກ ແລະ ແມ່ແລະເດັກ ໃນປະຈຸບັນກອງທຶນປະກັນສຸຂະພາບແຫ່ງຊາດໄດ້ເຕົ້າໂຮມເອົາບັນດາກອງທຶນປະກັນສຸຂະພາບຕ່າງໆ ື່ກະຊວງສາທາລະນະສຸກຄຸ້ມຄອງເຂົ້າກັນຕື່ມເພື່ອເຮັດໃຫ້ການຄຸ້ມຄອງກອງທຶນທີ່ມີກົນໄກແຕກຕ່າງກັນໃຫ້ມີຕວາມເປັນເອກະພາບ, ຜົນປະໂຫຍດໃຫ້ມີມາດຕາຖານດຽວກັນ ເທົ່າທຽມກັນ ແລະ ໃຫເກອງທຶນໃຫ່ຍຂື້ນມີຄວາມແຂງແຮງ ແລະ ສາມາດສະເລ່ຍຄວາມສ່ຽງໃຫ້ກ້ວາງອອກ.
ການຫັນໂຮງໝໍໃຫ້ກຸ້ມຕົນເອງ ຕິດພັນກັບວຽກງານປະກັນສຸຂະພາບ ເປັນບັນຫານື່ງທີ່ສຳຄັນເພື່ອຜົນຂະຫຍາຍຈັດຕັ້ງປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ກໍຄືແຈ້ງການ 619 ຂອງຫ້ອງວ່າການສູນກາງພັກ ໃນປີ 2007. ຫຼາຍ ໆ ປະເທດໄດ້ຫັນໂຮງໝໍກຸ້ມຕົນເອງ ຕິດພັນກັບວຽກງານປະກັນສຸຂະພາບ ໂດຍສະເພາະແມ່ນປະເທດເພື່ອນມິດຍຸດທະສາດ ແລະ ປະເທດອ້ອມຂ້າງໄດ້ຈັດຕັ້ງປະຕິບັດມາຫຼາຍປີ ຊື່ງໄດ້ຮັບໝາກຜົນດີສົມຄວນເປັນຕົ້ນການພັດທະນາໂຮງໝໍໃຫ້ທັນສະໃໝ ແລະ ຄຸນນະພາບບໍລິການໄດ້ພົ້ນເດັ່ນຂື້ນທັງສາມາດຫຼຸດຜ່ອນການເພີ່ງພາແຕ່ງົບປະມານຂອງ ລັດຖະບານ ຢ່າງດຽວ.
ດັ່ງນັ້ນ ໃນວັນທີ 25 ກັນຍາ 2018 ຜ່ານມາ ຈື່ງໄດ້ມີກອງປະຊຸມແລກປ່ຽນບົດຮຽນວຽກງານປະກັນສຸຂະພາບ ແລະ ການຫັນໂຮງໝໍກຸ້ມຕົນເອງຂື້ນ ທີ່ ໂຮງແຮມ ເມືອງແທ໋ງ ໂດຍການເປັນປະທານຂອງທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ສປປ ລາວ, ມີ ທ່ານ ຮສ ດຣ ຟາມເລຕວນ ຮອງລັດຖະມົນຕີກະຊວງສາທາລະສຸກ ສສ ຫວຽດນາມ ພ້ອມດ້ວຍຄະນະກົມກອງ, ໂຮງໝໍສູນກາງອ້ອມຂ້າງກະຊວງຜດ ບັນດາຜູ້ຕາງໜ້າກະຊວງ, ຂະແໜງການຕ່າງໆອ້ອມຂ້າງສູນກາງ, ຫົວໜ້າພະແນກສາທາລະນະສຸກ ແລະ ອຳນວຍການໂຮງໝໍແຂວງກໍ່ໄດ້ເຂົ້າຮ່ວມ
ຈຸດປະສົງກໍ່ເພື່ອສົນທະນາປຶກສາຫາລືແລກປ່ຽນບົດຮຽນຢ່າງລະອຽດ, ເປັນຄວາມຮູ້ພື້ນຖານເພື່ອຄົ້ນຄ້ວາພັດທະ ນາການຫັນໂຮງໝໍກຸ້ມຕົນເອງຕິດພັນກັບວຽກງານປະກັນສຸຂະພາບໃຫ້ປະກົດຜົນເປັນຈີງ ແລະ ກໍ່ເພື່ອເພີ່ມທະວີການພົວພັນຮ່ວມມືໃນວຽກງານສາທາລະນະສຸກ ໂດຍສະເພາະແມ່ນການປັບປຸງກົນໄກການຄຸ້ມຄອງການເງິນ. ຄຸນນະພາບການບໍລິການຂອງບັນດາໂຮງໝໍຂັ້ນຕ່າງໆໃຫ້ດີຂື້ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ບັນດາເຜົ່າ ທີ່ນັບມື້ນັບສູງຂື້ນຢ່າງໄວວາ ກ່ຽວກັບຄຸນນະພາບການບໍລິການ.