- 20 ກ.ຍ
ໃນວັນທີ 18 ກັນຍາ 2018, ທ່ານ ຮອງສາດສະດາຈານ ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ເດີນທາງໄປແຂວງຈຳປາສັກເພື່ອ ຕິດຕາມຊຸກຍູ້ວຽກງານ ສາທາລະນະສຸກ ໂດຍສະເພາະ ການຈັດປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກໄລຍະ II (2016-2020), ໃນໂອກາດໄດ້ມາເຮັດວຽກຢູ່ແຂວງຈຳປາສັກນີ້ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກກໍ່ໄດ້ນໍາພາ ທ່ານ ດຣ. ນ. Jullet Fleishl ຜູ້ຕາງໜ້າ ອົງການອະນາໄມໂລກ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າພົບປະ ຢ້ຽມຢາມ ທ່ານ ສົມສະຫນິດ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ຈຳປາສັກ. ໃນການເຂົ້າພົບ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ຈຳປາສັກ ຄັ້ງນີ້ ກໍ່ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ຍຸດທະສາດປະຕິຮູບສາທາລະນະສຸກ 5 ກອບວຽກບູລິມະສິດ ໄລຍະ II ຂອງພະແນກສາທາລະນະສຸກແຂວງ, ພ້ອມກັນນັ້ນກໍ່ໄດ້ສະແດງຂອບໃຈມາຍັງອົງການປົກຄອງແຂວງ ຈຳປາສັກ ທີ່ໄດ້ເອົາໃຈໃສ່ແລະປະກອບສ່ວນຊຸກຍູ້ການເຄື່ອນໄຫວຂອງວຽກງານສາທາລະນະສຸກ ຕາມ 8 ແຜນງານໃນ ໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ອຳນາດການປົກຄອງແຂວງທີ່ກ່ຽວຂ້ອງສືບຕໍ່ຊຸກຍູ້ໃຫ້ການຈັດຕັ້ງປະຕິບັດວຽກ ງານສາທາລະນະສຸກ ຢູ່ແຂວງຈຳປາສັກໃຫ້ບັນລຸສູ້ຊົນເປົ້າໝາຍ 10 ຕົວຊີ້ວັດທີ່ສະພາແຫ່ງຊາດ ແລະ ລັດຖະບານຮັບຮອງໃນປີ 2020