- 06 ສ.ຫ
ວຽງຈັນ ວັນທີ່, 3 ສິງຫາ 2018 – ທ່ານ ແລວ ຟາເບີ, ເອກອັກຄະລັດຖະທູດ ສະຫະພາບເອີລົບ (EU) ແລະ ທ່ານ ອົກຕາວຽນ ບີໂວນ ຜູ້ຕາງຫນ້າ ອົງການຢູນີເຊັບ ປະຈຳ ສປປລາວ ໄດ້ມອບພະຫະນາ ຊຶ່ງລວມມີ ລົດກະບະ ຈໍານວນ 11 ຄັນ ແລະ ລົດຈັກ ຈຳນວນ 85 ຄັນ ໃຫ້ແກ່ ກະຊວງ ສາທາລະນະສຸກ ໂດຍແມ່ນ ທ່ານ ຮຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງ ສາທາລະນະສຸກ ເປັນຜູ້ກ່າວຮັບ. ການຊ່ວຍເຫລືອຄັ້ງນີ້ ແມ່ນ ຫນຶ່ງໃນກິດຈະກໍາ ການຮ່ວມມື ໃນການປັບປຸງດ້ານວຽກງານໂພຊະນາການ ໃນ ສປປ ລາວ. ພາຫະນະເຫລົ່ານີ້ ຈະປະກອບສ່ວນໃນການປັບປຸງ ຄວາມສາມາດຂອງກອງເລຂາ ຂອງຄະນະກຳມາທິການ ວຽກວຽກງານໂພຊະນາການ ຢູ່ບັນດາ ແຂວງຕ່າງໆ ໃນການລົງຕິດຕາມ ຊຸກຍູ້ ຊ່ວຍເຫລືອ ກິດຈະກຳທີ່ກ່ຽວຂ້ອງກັບວຽກງານໂພຊະນາການ ໃນທ້ອງຖິ່ນຂອບເຂດຕົນເອງຮັບຜິດຊອບ.
ການຮ່ວມມື ລະຫວ່າງສະຫະພາບເອີລົບ-ອົງການຢູນີເຊັບ ໃນການປັບປຸງ ວຽກງານໂພຊະນາການ ແມ່ນການຮ່ວມທຶນຊ່ວຍເຫລືອ ທີ່ມີເປົ້າໝາຍ ໃນການປັບປຸງ ການຮ່ວມມືຫລາຍຝ່າຍ ດ້ານນການບໍລິຫານຄຸ້ມຄອງວຽກງານໂພຊະນາການ ຂັ້ນສູນກາງ, ແຂວງ ແລະ ເມືອງ, ຊຶ່ງເປັນວິທີການກະຕຸ້ນຜົນໄດ້ຮັບຂອງວຽກງານໂພຊະນາການ ຫລາຍຂື໊ນ. ພ້ອມກັນນີ້ ຍັງແນ່ໃສ່ ສ້າງຄວາມສາມດ ໃນດ້ານການວາງແຜນ ແລະ ການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການໂພຊະນາການ ໃຫ້ມີປະສິດທິຜົນສູງ ຂອງ ກະຊວງສາທາລະນະສຸກວາງອອກ.
ສ່ວນປະກອບຕົ້ນຕໍຂອງການຮ່ວມມື ດ້ານການປັບປຸງວຽກງານໂພຊະນາການ ແມ່ນການຊ່ວຍເຫລືອ 10 ແຂວງເປົ້າຫມາຍ ເຊັ່ນ ແຂວງອັດຕະປື, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ຊຽງຂວາງ, ຫົວພັນ, ຜົ້ງສາລີ, ຫລວງພະບາງ, ຫລວງນໍ້າທາ ແລະ ບໍ່ແກ້ວ ເພື່ອເສີມຂະຫຍາຍຄວາມສາມາດ ໃນການຕິດຕາມ ຊຸກຍູ້ ແລະ ຊ່ວຍເຫລືອ ການຈັດຕັ້ງປະຕິບັດ 22 ກິດຈະກຳ ບູລິມະສິດ ຂອງ ວຽກງານໂພສະນາການ.
ສຳລົດກະບະ, ແມ່ນມອບໃຫ້ ແຂວງເປົ້າຫມາຍ ແຂວງລະຄັນ ແລະ ກອງເລຂາ ຄະນະກຳມາທິການ ດ້ານວຽກງານໂພສະນາການສູນກາງ. ສໍາລັບລົດຈັກແມ່ນມອບໃຫ້ເມືອງໆລະຄັນ, ເຫລືອນັ້ນແມ່ນໃຫ້ກອງເລຂາຂັ້ນເມືອງ ເພື່ອນໍາໃຊ້ເຂົ້າໃນການ ລົງຕິດຕາມຊຸກຍູ້ຊ່ວຍເຫລືອ ໂຄງການຕາມປົກກະຕິ ພ້ອມທັງປັບປຸງການປະສານງານ ລະຫວ່າງຂັ້ນບ້ານ ແລະ ເມືອງ, ຂັ້ນເມືອງ ແລະ ແຂວງ. ເນື່ອງຈາກການເດີນທາງພາຍໃນແຂວງຕ່າງໆໄປຫາເມືອງ ແລະ ບ້ານແມ່ນພົບຄວາມຫຍຸ້ງຍາກ. ດັ່ງນັ້ນ, ພາຫະນະ ເຫລົ່ານີ້ ຈະຊ່ວຍແກ້ໄຂສິ່ງທ້າທາຍ ດ້ານການຕິດຕາມຊຸກຍູ້ ຊ່ວຍເຫລືອໂຄງການ ໂດຍພະນັກງານຂັ້ນແຂວງ ແລະ ເມືອງ.
ສຳລັບລົດກະບະ 1 ຄັນ, ລົດຈັກ 2 ຄັນ ໃຫ້ ກອງເລຂາ ຄະນະກຳມາທິການດ້ານວຽກງານໂພຊະນາການ ແຂວງອັດຕະປື ເພື່ອລົງຊ່ວຍເຫລືອເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ສິ່ງນີ້ ຈະປະກອບສ່ວນໃນຄວາມພະຍາຍາມ ບັນເທົາທຸກ ຜົນເສຍຫາຍຈາກໄພນໍ້າຖ້ວມ, ການປະສານງານດ້ານໂພຊະນາການ, ນໍ້າສະອາດ, ວຽກງານສຸຂະອະນາໄມ ແລະ ວຽກງານສຸຂະພິບານ ຄຽງຄູ່ກັບການລົງຕິດຕາມຊຸກຍູ້ວຽກງານໂພຊະນາການ.
ທ່ານ ເລໂອ ຟາເບີ, ເອກອັກຂະລັດຖະທູດ ສະຫະພາບເອີລົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ການຮ່ວມມື ເພື່ອປັບປຸງວຽກງານໂພຊະນາການ ແມ່ນໃຫ້ການສະຫນັບສະຫນູນ ການປະຕິບັດໂຄງການແບບຫລາຍຂະແຫນງການ ໃນການແກ້ໄຂສິ່ງທ້າທາຍໃນການຂາດສານອາຫານ ທີ່ແຜ່ຂະຫຍາຍ ໃນທົ່ວປະເທດ. ການແຜ່ຫລາຍທີ່ສຸດ ຂອງກຸ່ມເດັກທ່ີຂາດສານອາຫານ ໂດຍສະເພາະຢູ່ໃນກຸ່ມບັນດາຊຸມຊົນຊົນເຜົ່າ ໃນເຂດຫ່າງໄກສອກຫລີກ ທີ່ຍາກຕໍ່ການເຂົ້າເຖິງ. ພວກເຮົາຫວັງຢ່າງຍິ່ງວ່າ ລົດໃຫຍ່ ແລະ ລົດຈັກ ຫລົ່ານີ້ ຈະອຳນວຍຄວາມສະດວກຢ່າງພຽງພໍ ໃຫ້ແກ່ ການປະຕິບັດໂຄງການ ໃນຊຸມຊົນເປົ້າຫມາຍ, ໂດຍສະເພາະ ການລົງເຮັດວຽກກັບຊຸມຊົນ ທີ່ຢູ່ຫ່າງໄກທີ່ສຸດ ແລະ ຊຸມຊົນທີ່ດ້ອຍໂອກາດ.”
ທ່ານອົກຕາວຽນ ບີໂວນ ຜູ້ຕາງຫນ້າອົງການຢູນີເຊັບ ກ່າວວ່າ: “ເປົ້າຫມາຍຂອງການຮ່ວມມື ແມ່ນ ເພື່ອເລັ່ງລັດ ການລຸດຜ່ອນພາວະການຂາດສານອາຫານຊໍາເຮຶ້ອໃນກຸ່ມເດັກ ອາຍຸຕໍ່ກ່ວາ 5 ປີ ໃຫ້ປະສົບຜົນສຳເລັດ ຫລາຍກ່ວາ 6 ປີ ທີ່ຜ່ານມາ. ແນວໃດກໍ່ຕາມ, ເພື່ອບັນລຸເປົ້າຫມາຍດັ່ງກ່າວ ຕ້ອງມີເຄື່ອງມື ທີ່ເຫມາະສົມ ທີ່ອໍານວຍຄວາມສະດວກໃຫ້ແກ່ການປະຕິບັງານ. ພວກເຮົາເຊື່ອວ່າ ພາຫະນະດັ່ງກ່າວ ລວມທັງລົດໃຫຍ່ ແລະ ລັດຈັກ ຈະຊ່ວຍໃນການແກ້ໄຂຂໍ້ຫຍຸ້ງຍາກດ້ານພາຫະນະ ທີ່ທິມງານຂັ້ນແຂວງ ແລະ ເມືອງກຳລັງປະເຊີຍຢູ່ ເພື່ອເດີນທາງໄປຕິດຕາມຊຸກຍູ້ ການປະຕິບັດໂຄງການຢູ່ຊຸມຊົນ.”
ສະຫະພາບເອີລົບ ແລະ ອົງການຢູນີເຊັບເຮັດວຽກຮ່ວມກັນຢ່າງໄກ້ຊິດ ກັບ ລັດຖະບານ, ຄະນະກຳມາທິການ ດ້ານວຽກງານໂພສະນາການ ຂັ້ນແຂວງ ແລະ ເມືອງ ແລະ ຄູ່ຮ່ວມງານອື່ນ ເພື່ອປັບປຸງວຽກງານສຸຂະພາບ ແລະ ສະຖານະພາບດ້ານໂພສະນາການ ຂອງເດັກ, ໄວຫນຸ່ມ ຍິງ ແລະ ຊາຍ ເພື່ອໃຫ້ ໃນອະນາຄົດອັນໄກ້ໆນີ້, ສປປ ລາວ ຈະບັນລຸ ເປົ້າຫມາຍການ ລຸດຜ່ອນການຂາດສານອາຫານທຸກປະເພດ.